ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີ​ການ​ຕ່າງປະເທດ​ຈີນ​ ພົບ​ປະ​ກັບ​ຜູ້ຕາງໜ້າ​ພິເສດ​ສປຊ​ ທີ່​ຮັບຜິດຊອບ​ບັນຫາ​ມຽນ​ມາ


   

         ຕາມ​ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວັນ​ທີ 1 ພຶດສະພາ ນີ້​ວ່າ: ຢູ່​ນະຄອນຫຼວງ​ປັກ​ກິ່ງ ປະເທດ​ຈີນ, ທ່ານ ​ສິນ​ກ່າງ ທີ່ ປຶກສາ​ແຫ່ງ​ລັດ ທັງ​ເປັນ​ລັດຖະ ມົນຕີ​ ກະຊວງ​ການ​ຕ່າງປະເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ ໂນ​ລີນ ໄຮ​ເຊີ ຜູ້ຕາງໜ້າ​ພິເສດ​ຂອງ​ເລຂາທິການ​ໃຫຍ່​​ ສປຊ ​ທີ່​ຮັບ ຜິດຊອບ​ບັນຫາ​ມຽນ​ມາ. ທ່ານ ​ສິນ​ກ່າງ ​ກ່າວ​ວ່າ: ມຽນ​ມາ​ເປັນ​ປະເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ສາຍພູ​ສາຍ​ນ້ຳ​ຕິດ​ຈອດ​ກັບ​ຈີນ, ສະນັ້ນ, ຈີນ​ມີ​ຄວາມ​ຫວັງ​ຢ່າງ​ຍິ່ງ​ກວ່າ​ປະເທດ​ໃດ​ໝົດ​ໃຫ້​ມຽນ​ມາ​ບັນລຸ​ ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ. ບັນຫາ​ມຽນ​ມາ​ມີ​ປະຫວັດ​ຄວາມ​ເປັນ​ມາ​ອັນ​ສະຫຼັບ​ສັບ​ຊ້ອນ, ມີ​ປັດ​ໄຈ​ທັງ​ພາຍ​ໃນ​ແລະ​ພາຍ​ນອກ​ສັບປົນ​ກັນ, ຈຶ່ງ​ບໍ່​ມີ​ວິ ທີ​ວິເສດ​ໃດ​ທີ່​ຈະ​ແກ້​ໄຂ​ໄດ້​ໂດຍ​ໄວ. ປະຊາ​ຄົມ​ໂລກ​ຄວນ​ເຄົາລົບ​ອະທິປະ​ໄຕ​ຂອງ​ມຽນ​ມາ, ສະໜັບສະໜູນ​ບັນດາ​ຝ່າຍ​ພາຍ​ໃນ​ປະເທດ​ມຽນ​ມາ​ຢູ່​ພາຍ​ໃຕ້​ຂອບ ​ລັດ​ຖະ​ທຳ​ມະນູນ​ແລະ​ກົດໝາຍ, ​ການ​ສົນທະນາ​ທາງ​ການເມືອງ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ້ງ, ເປີດ​ຂະ​ບວນ​ການ​ຫັນປ່ຽນ​ທາງ​ການເມືອງ​ຄືນໃໝ່. ພວກ​ເຮົາ​ຄວນ ​ເຄົາລົບ​ຄວາມ​ພະຍາຍາມ​ການ​ໄກ່​ເກ່ຍ​ຂອງ​ອາ​ຊຽນ, ຊຸກຍູ້​ການຈັດຕັ້ງ​ປະຕິ ບັດຄວາມ​ຮູ້​ຮ່ວມ 5 ຂໍ້​ຂອງ​ອາ​ຊຽນ, ຄວນ​ປະຕິບັດ​ການ​ແບບ​ສຸຂຸມ​ຮອບ​ຄອບ​ ແລະ ​ຕິດ​ແທດ​ຕົວ​ຈິງ, ປ້ອງ​ກັນ​ບໍ່​ໃຫ້​ຄວາມ​ຂັດ​ແຍ້ງ​ຮຸນ​ແຮງ​ຂຶ້ນ, ເຮັດ​ໃຫ້​ວິ​ກິດ​ການ​ແຜ່​ລາມ​ອອກ​ໄປ. ຫວັງ​ວ່າ​​ຜູ້ຕາງໜ້າ​ພິເສດ​ ສປຊ ຈະ​ປະຕິບັດ​ຕາມ​ຫຼັກການ​ພາ ວະ​ວິໄສ ​ແລະ​ ຍຸຕິ​ທຳເພື່ອ​ເສີມ​ຂະຫຍາຍ​ບົດບາດ​ ທີ່​ເປັນ​ຂົວ​ຕໍ່. ທ່ານ​ ນາງ ໄຮ​ເຊີ ກ່າວ​ຢືນ ຢັນ​ວ່າ: ການ​ແກ້​ໄຂ​ບັນຫາ​ມຽນ​ມາ​ຄວນ​ໃຫ້​ມຽນ​ມາ​ເປັນ​ຜູ້ນຳ​ພາ, ເຄົາລົບ​ຄວາມ​ມຸ່ງ​ມາດ​ປາຖະ ໜາ​ຂອງ​ປະຊາຊົນ​ມຽນ​ມາ. ການ​ສົນທະນາ​ຈະ​ບໍ່​ສາມາດ​ປ່ຽນ ແປງ​ອະດີດ​ໄດ້ ແຕ່​ຈະ​ສາມາດ​ປ່ຽນແປງ​ອະນາຄົດ.ອົງການ​ສະຫະ​ ປະຊາ​ຊາດ​ມີ​ຈຸດ​ຢືນ​ຜ່ານ​ຈາກ​ການ​ສົນທະນາ​ບັນລຸ​ໃຫ້​ມຽນ​ມາ​ມີ​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ, ຊຸກຍູ້​ພາກ​ພື້ນ​ໃຫ້​ພັດ ທະນາ​ ແລະ​ ມີ​ຄວາມ​ຈະເລີນ​ຮຸ່ງເຮືອງ​ ຮ່ວມ​ກັນ, ພ້ອມ​ທັງ​ເຄົາ ລົບ ​ແລະ​ ປົກ​ປັກ​ຮັກສາ​ສິດທິ​ມະ ນຸດ, ສະໜັບສະໜູນ​ອາ​ຊຽນ​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງໜ້າ​ໃນ​ບັນຫາ​ນີ້. ອົງການ​ສະຫະ​ປະຊາ​ ຊາດ​ຂໍຍ້ອງຍໍ​ຊົມເຊີຍ​ຈີນ​ທີ່​ໄດ້​ເສີມ​ຂະ ຫຍາຍ​ບົດບາດ​ສຳຄັນ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ແກ້​ໄຂ​ບັນຫາ​ມຽນ​ມາ, ຫວັງ​ວ່າ ຈີນ​ຈະ​ສືບຕໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເພື່ອ​ ສັນ​ພິ​ພາບ, ສະຖຽນ​ລະ​ພາບ ​ແລະ​ການ​ພັດທະນາ​ຂອງ​ມຽນ​ມາ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 04/05/2023